ສຳເລັດຝຶກອົບຮົມການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ ແລະ ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK)
ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມ ຫົວຂໍ້: ການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ, ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK) ແລະ ການສ້າງ Chatbot AI ຢູ່ທີ່: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນລະຫວ່າງວັນທີ 15-19 ກັນຍາ 2025 , ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວຽກງານດັ່ງກ່າວໂດຍ ທ່ານ ປະລິຕະ ແສງຈັນທຣ໌, ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ພະແນກສຶກສາທິການ ແລະ ກິລາ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນແຂວງ (ຜູ້ເຂົ້າຮ່ວມທັງໝົດ 80 ທ່ານ). ຈຸດປະສົງເພື່ອສົ່ງເສີມການນຳໃຊ້ລະບົບພາດຟອມອັດສະລິຍະທີ່ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການຫ້ອງການໃຫ້ມີຄວາມທັນສະໄໝ ກຽມພ້ອມເຂົ້າສູ່ການຫັນເປັນດິຈິຕ໋ອນ, ເພື່ອສົ່ງເສີມວິຊາການ ທັງເປັນການສ້າງຄວາມເຂັ້ມແຂງ ການນຳໃຊ້ […]


