ຫໍສະໝຸດ ຄັງເອກະສານແບບເອເລັກໂຕຼນິກ

ຂ່າວສ່ານ ແລະ ກິດຈະກຳ

ສຕອ ສຳເລັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ

ສຕອ ສຳເລັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ຢູ່ທີ່: ພະແນກ ຕສ ແຂວງອຸດົມໄຊ, ລະຫວ່າງວັນທີ 29-30 ມີຖຸນາ 2026. ——————————- ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ໄດ້ຈັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ຢູ່ທີ່: ພະແນກ ຕສ ແຂວງອຸດົມໄຊ, ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວຽກງານດັ່ງກ່າວໂດຍ ທ່ານ ໄຊສົງຄາມ ພານຸວົງ, ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ, ພະແນກສຶກສາທິການ ແລະ ກິລາ ແຂວງ, ໂຮງຮຽນວິຊາຊີບແບບປະສົມແຂວງ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນແຂວງ (ຊາວໜຸ່ມ, ກຳມະບານ ແລະ ສະຫະພັນແມ່ຍິງແຂວງ). ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການຫ້ອງການໃຫ້ມີຄວາມທັນສະໄໝ ກຽມພ້ອມເຂົ້າສູ່ການຫັນເປັນດິຈິຕ໋ອນ, ເພື່ອສົ່ງເສີມວິຊາການ ທັງເປັນການສ້າງຄວາມເຂັ້ມແຂງ ການນຳໃຊ້ […]

ສຕອ ສຳເລັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ Read More »

ສຳເລັດຝຶກອົບຮົມການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ ແລະ ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK)

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມ ຫົວຂໍ້: ການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ, ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK) ແລະ ການສ້າງ Chatbot AI ຢູ່ທີ່: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນລະຫວ່າງວັນທີ 15-19 ກັນຍາ 2025 , ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວຽກງານດັ່ງກ່າວໂດຍ ທ່ານ ປະລິຕະ ແສງຈັນທຣ໌, ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ພະແນກສຶກສາທິການ ແລະ ກິລາ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນແຂວງ (ຜູ້ເຂົ້າຮ່ວມທັງໝົດ 80 ທ່ານ). ຈຸດປະສົງເພື່ອສົ່ງເສີມການນຳໃຊ້ລະບົບພາດຟອມອັດສະລິຍະທີ່ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການຫ້ອງການໃຫ້ມີຄວາມທັນສະໄໝ ກຽມພ້ອມເຂົ້າສູ່ການຫັນເປັນດິຈິຕ໋ອນ, ເພື່ອສົ່ງເສີມວິຊາການ ທັງເປັນການສ້າງຄວາມເຂັ້ມແຂງ ການນຳໃຊ້

ສຳເລັດຝຶກອົບຮົມການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ ແລະ ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK) Read More »

ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ຜະລິດຕະພັນ ແລະ ສິນຄ້າ ໃນງານສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ

ກຕສ ຮ່ວມວາງສະແດງຜົນການຄົ້ນຄວ້າ ເພື່ອສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ບຸນວິທະຍາສາດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ຜະລິດຕະພັນ ແລະ ສິນຄ້າ ໃນງານສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ບຸນວິທະຍາສາດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 28 ປີ ຊຶ່ງຈັດໂດຍ ກະຊວງສຶກສາທິການ ແລະ ກິລາ, ໃນລະຫວ່າງວັນທີ 04-06 ພະຈິກ 2024, ທີ່ ມະຫາວິທະຍາໄລແຫ່ງຊາດ. ຕາງໜ້າໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ນໍາພາຄະນະຮັບຜິດຊອບວາງສະແດງ ໂດຍ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ,

ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ຜະລິດຕະພັນ ແລະ ສິນຄ້າ ໃນງານສະເຫຼີມສະຫຼອງ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ Read More »

ປຶກສາຫາລື ການສ້າງປຶ້ມ EBook ຮ່ວມກັນກັບ ສູນຂໍ້ມູນຂ່າວສານ, ມະຫາວິທະຍາໄລ ຈຳປາສັກ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020, ທີ່ນະຄອນປາກເຊ, ແຂວງຈໍາປາສັກ

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ ໄດ້ສໍາເລັດການເຜີຍແຜ່ ຜົນງານການຄົ້ນຄວ້າ ວິທະຍາສາດ ແລະ ປຶກສາຫາລື ການສ້າງປຶ້ມ EBook ຮ່ວມກັນກັບ ສູນຂໍ້ມູນຂ່າວສານ, ມະຫາວິທະຍາໄລ ຈຳປາສັກ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020, ທີ່ນະຄອນປາກເຊ, ແຂວງຈໍາປາສັກ

ປຶກສາຫາລື ການສ້າງປຶ້ມ EBook ຮ່ວມກັນກັບ ສູນຂໍ້ມູນຂ່າວສານ, ມະຫາວິທະຍາໄລ ຈຳປາສັກ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020, ທີ່ນະຄອນປາກເຊ, ແຂວງຈໍາປາສັກ Read More »

Scroll to Top