ຫໍສະໝຸດ ຄັງເອກະສານແບບເອເລັກໂຕຼນິກ

0
(0)

ສຕອ ສຳເລັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ຢູ່ທີ່: ພະແນກ ຕສ ແຂວງອຸດົມໄຊ, ລະຫວ່າງວັນທີ 29-30 ມີຖຸນາ 2026.

——————————-

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ໄດ້ຈັດຝຶກອົບຮົມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ຢູ່ທີ່: ພະແນກ ຕສ ແຂວງອຸດົມໄຊ, ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວຽກງານດັ່ງກ່າວໂດຍ ທ່ານ ໄຊສົງຄາມ ພານຸວົງ, ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ, ພະແນກສຶກສາທິການ ແລະ ກິລາ ແຂວງ, ໂຮງຮຽນວິຊາຊີບແບບປະສົມແຂວງ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນແຂວງ (ຊາວໜຸ່ມ, ກຳມະບານ ແລະ ສະຫະພັນແມ່ຍິງແຂວງ).

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມການນຳໃຊ້ລະບົບ E-BOOK Platform ເພື່ອຊ່ວຍຍົກລະດັບການຮຽນ-ການສອນຂອງມະຫາວິທະຍາໄລໃຫ້ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການຫ້ອງການໃຫ້ມີຄວາມທັນສະໄໝ ກຽມພ້ອມເຂົ້າສູ່ການຫັນເປັນດິຈິຕ໋ອນ, ເພື່ອສົ່ງເສີມວິຊາການ ທັງເປັນການສ້າງຄວາມເຂັ້ມແຂງ ການນຳໃຊ້ ເຕັກໂນໂລຊີ ອັດສະລິຍະ ເຂົ້າໃນວຽກງານບໍລິຫານຈັດການຫ້ອງການ ໃນຮູບແບບດິຈິຕອນ ເຂົ້າໃນວຽກງານຕົວຈິງ ເພື່ອໃຫ້ມີແຫຼ່ງຖານຂໍ້ມູນ ຈາກລະບົບຫໍສະໝຸດເອກະສານແບບເອເລັກໂຕນິກ ເພື່ອວຽກງານຂະແໜງການດັ່ງກ່າວໂດຍການເຊື່ອມໂຍງຂໍ້ມູນຂ່າວສານເຂົ້າສູ່ລະບົບ ແລະ ເຮັດໃຫ້ການບໍລິການທາງດ້ານການສຶກສາ, ຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ຂະແໜງການຕ່າງໆອ້ອມຂ້າງໄດ້ຖຶກນຳໃຊ້ ອອກສູ່ສັງຄົມ ບໍ່ວ່າຈະຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຜ່ານລະບົບອອນລາຍ ດ້ວຍລະບົບມືຖື ແລະ ຄອມພິວເຕີ ສະດວກຍິ່ງຂຶ້ນ.

ປື້ມນີ້ມີປະໂຫຍດແນວໃດ?

ຄລິກທີ່ດາວເພື່ອໃຫ້ຄະແນນປື້ມນີ້!

ຄະແນນສະເລ່ຍ 0 / 5. ຈຳນວນຄະແນນສຽງ: 0

ຍັງບໍ່ມີຄະແນນສຽງເທື່ອ! ທ່ານເປັນຄົນທຳອິດທີ່ໃຫ້ຄະແນນປື້ມນີ້.

We are sorry that this post was not useful for you!

Let us improve this post!

Tell us how we can improve this post?

Leave a Comment

Your email address will not be published. Required fields are marked *

Scroll to Top