ຫໍສະໝຸດ ຄັງເອກະສານແບບເອເລັກໂຕຼນິກ

0
(0)

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມ ຫົວຂໍ້: ການນຳໃຊ້ລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ເຕັກໂນໂລຊີ ຂອງລາວ, ລະບົບຄັງເອກະສານແບບເອເລັກໂຕຼນິກ (E-BOOK) ແລະ ການສ້າງ Chatbot AI ຢູ່ທີ່: ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນລະຫວ່າງວັນທີ 15-19 ກັນຍາ 2025 , ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວຽກງານດັ່ງກ່າວໂດຍ ທ່ານ ປະລິຕະ ແສງຈັນທຣ໌, ຮອງຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ພະແນກສຶກສາທິການ ແລະ ກິລາ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະ ສາມອົງການຈັດຕັ້ງມະຫາຊົນພາຍໃນແຂວງ (ຜູ້ເຂົ້າຮ່ວມທັງໝົດ 80 ທ່ານ).

ຈຸດປະສົງເພື່ອສົ່ງເສີມການນຳໃຊ້ລະບົບພາດຟອມອັດສະລິຍະທີ່ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການຫ້ອງການໃຫ້ມີຄວາມທັນສະໄໝ ກຽມພ້ອມເຂົ້າສູ່ການຫັນເປັນດິຈິຕ໋ອນ, ເພື່ອສົ່ງເສີມວິຊາການ ທັງເປັນການສ້າງຄວາມເຂັ້ມແຂງ ການນຳໃຊ້ ເຕັກໂນໂລຊີ ອັດສະລິຍະ ເຂົ້າໃນວຽກງານບໍລິຫານຈັດການຫ້ອງການ ໃນຮູບແບບດິຈິຕອນ ເຂົ້າໃນວຽກງານຕົວຈິ່ງ ເພື່ອໃຫ້ມີແຫຼ່ງຖານຂໍ້ມູນ ຈາກລະບົບຄັງຄວາມຮູ້ຖານຂໍ້ມູນວິທະຍາສາດ ແລະ ລະບົບຄັງສໍາເນົາເອກະສານເອເລັກໂຕນິກ ເພື່ອວຽກງານຂະແໜງການດັ່ງກ່າວໂດຍການເຊື່ອມໂຍງຂໍ້ມູນຂ່າວສານເຂົ້າສູ່ລະບົບ ແລະ ເຮັດໃຫ້ການບໍລິການທາງດ້ານການສຶກສາ, ຂະແໜງເຕັກໂນໂລຊີ ແລະ ການສື່ສານ ແລະ ຂະແໜງການຕ່າງໆອ້ອມຂ້າງໄດ້ຖຶກນຳໃຊ້ ອອກສູ່ສັງຄົມ ບໍ່ວ່າຈະຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສາມາດເຂົ້າເຖິງຂໍ້ມູນຂ່າວສານໄດ້ຜ່ານລະບົບອອນລາຍ ດ້ວຍລະບົບມືຖື ແລະ ຄອມພິວເຕີ ສະດວກຍິ່ງຂຶ້ນ.

ປື້ມນີ້ມີປະໂຫຍດແນວໃດ?

ຄລິກທີ່ດາວເພື່ອໃຫ້ຄະແນນປື້ມນີ້!

ຄະແນນສະເລ່ຍ 0 / 5. ຈຳນວນຄະແນນສຽງ: 0

ຍັງບໍ່ມີຄະແນນສຽງເທື່ອ! ທ່ານເປັນຄົນທຳອິດທີ່ໃຫ້ຄະແນນປື້ມນີ້.

We are sorry that this post was not useful for you!

Let us improve this post!

Tell us how we can improve this post?

Leave a Comment

Your email address will not be published. Required fields are marked *

Scroll to Top